ຂ່າວທົວໄປ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມແຮງ ປະຈຳວັນທີ 16 ເມສາ 2022

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມແຮງ ປະຈຳວັນທີ 16 ເມສາ 2022
ບໍລິເວນຄວາມກົດດັນສູງຈາກປະເທດຈີນທີ່ມີກຳລັງປານກາງໄດ້ແຜ່ລົງມາປົກຄຸມເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ
ພ້ອມດຽວກັນ ສອງກະແສລົມຕາວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກເໜືອແລະພາກກາງ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນໄລຍະ 1 – 2 ວັນຕໍ່ໜ້ານີ້.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດັ່ງກ່າວ ທີ່ຈະເຮັດໃຫ້ມີ ຕຶກອາຄານ ແລະ ເຮືອນເປ່ເພ, ຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ
ຂໍໃຫ້ຫຼິ້ກລ້ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ.
