ໜາວເດີຶອນ 4 ຍ້ອນນໍ້າກ້ອນຂົ້ວໂລກລະລາຍ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ປາກົດການອາກາດໜາວໃນໄລຍະສອງສາມມື້ຜ່ານມາ ເຮັດໃຫ້ຫລາຍຄົນດີໃຈວ່າ ອາກາດໜາວຍາມເດືອນເມສາເປັນເລື່ອງທີ່ດີ ແຕ່ທ່ານອາດຄິດຜິດກໍເປັນໄດ້.
ໜາວເດືອນເມສາຍ້ອນປາກົດການ Polar Votex
ທ່ານ ວີຣະສັກ ໂຄສຸຣັດ ສະມາຊິກວຸດທິສະພາ ກຳມາທິການຊັບພະຍາກອນ ແລະ ສິ່ງແວດລ້ອມ ຂອງໄທ ໃຫ້ຂໍ້ມູນຕໍ່ປະຊາຊົນໄທຜ່ານເຟສສ່ວນຕົວ ວັນທີ 3 ເມສາ 2022 ຜ່ານມາວ່າ:
ອາກາດໜາວເດືອນເມສາ ບໍ່ແມ່ນເລື່ອງປົກກະຕິ ແລະ ບໍ່ແມ່ນເລື່ອງດີ ເພາະນີ້ເປັນປາກົດການປ່ຽນແປງພູມອາກາດຄັ້ງຍິ່ງໃຫຍ່ Climate Change ເປັນປາກົດການຈາກ ອຸນຫະພູມທັງສອງຂົ້ວໂລກໃຕ້-ເໜືອ ມີອຸນຫະພູມເຢັນໜ້ອຍ(ອຸ່ນຂຶ້ນ) ໃນບາງຈຸດ
ທີ່ແຊກຊ້ອນຈາກອຸນຫະພູມໂລກເຂດກາງໂລກຈົນເຮັດໃຫ້ນໍ້າກ້ອນຂົ້ວໂລກລະລາຍ ເຮັດໃຫ້ເກີດລົມຫັນທິດກັບກະແສດ້ວຍຄວາມໄວສະເລ່ຍ 50km/h ຜິດປົກກະຕິຈາກ 10km/h ທີ່ເຄີຍເປັນມານັບລ້ານປີ ຫລື ເວົ້າອີກຢ່າງໜຶ່ງວ່າກຳແພງຄວາມເຢັນທີ່ຖືກຂັງມານານນັ້ນກຳລັງພັງທະລາຍ.
ປາກົດການນີ້ເອີ້ນວ່າ Polar Votex ຫລື ການຍ້ວຍຂອງຄວາມຮ້ອນເຢັນສະຫລັບກັນ ໝາຍຄວາມວ່າ ຂົ້ວໂລກຈະເຫລືອນລ້າກ້ອນໜ້ອຍລົງ ແລະ ໂລກຈະຮ້ອນຂຶ້ນໃນະອະນາຄົດ ແລະ ກ່ອນຈະຮອດຈຸດນັ້ນອາດເກີດພາຍຸ ຫລື ສະພາບອາກາດຜັນຜວນຮຸນແຮງ ຕ້ອງຮັກສາສຸຂະພາບໃຫ້ດີ