ເຫດຄົນຈົມນຳ້ເສຍຊີວິດ ເສຍຊີວິດ02ຄົນ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ໃນວັນທີ02.04.2022,ເວລາ10:25ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625ວ່າມີຄົນຈົມນ້ຳ ຢູ່ບ້ານ ໂພນງາມ-ນາຝ້າຍ ເມືອງ ທຸລະຄົມ ແຂວງວຽງຈັນ.
ເມື່ອໜ່ວຍກູ້ຊີບໄປຮອດສະຖານທີ່ພົບເຫັນຄົນເຈັບ02ຄົນ,ເປັນເພດຊາຍທັງຫມົດ.
+ ຜູ້ທີ1: ອາຍຸ03ປີ ຢູ່ບ້ານ ໂພນງາມ-ນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ.-ອາການເບື້ອງຕົ້ນແມ່ນ: ນອນຫມົດສະຕິ,ບໍ່ຫາຍໃຈ.+ຜູ້ທີ2: ອາຍຸ 1ປີ6ເດືອນ ຢູ່ບ້ານ ໂພນງາມ-ນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ.– ອາການເບື້ອງຕົ້ນແມ່ນ: ນອນຫມົດສະຕິ,ບໍ່ຫາຍໃຈ.
ດັ່ງນັ້ນ,ໜ່ວຍກູ້ໄພອົງການກາແດງແຂວງວຽງຈັນຈື່ງໄດ້ເຮັດ(CPR)ແລະປະຖົມພະຍາບານເບື້ອງຕົ້ນແຕ່ຄົນເຈັບບໍ່ຕອບສະຫນອງ(ເສຍຊິວິດ) ຫນ່ວຍກູ້ຊີບອົງການກາແດງແຂງວຽງຈັນຈຶ່ງໄດ້ເຮັດການຫໍ່-ມ້ຽນສົບແລ້ວ ມອບໄຫ້ພີ່ນ້ອງເຮັດພິທີທາງສາສະຫນາ.
#ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ:☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ.🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ,ອາຫານແຫ້ງ ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19ຕ່າງໆ.
ຊື່ບັນຊີ: RED CROSS VIENTIANT PROVINCE EMERGENCY RECOVERY UNITເລກບັນຊີ: 0191100002370 ສາມາດຕິດຕໍ່ເຂົ້າເບີ 023 1625🚑🚑.