ຂ່າວດ່ວນ! ປັບຂຶ້ນລາຄານໍ້າມັນທຸກປະເພດ ທົ່ວປະເທດ ຄັ້ງທີ 8 ຂອງປີ 2022

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ຂ່າວດ່ວນ! ປັບຂຶ້ນລາຄານໍ້າມັນທຸກປະເພດ ທົ່ວປະເທດ ຄັ້ງທີ 8 ຂອງປີ 2022
ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 02 ເມສາ 2022; ເວລາ 06 : 00 ໂມງ ໃນຂອບເຂດທົ່ວປະເທດ.
ການປັບລາຄານ້ໍາມັນເຊື້ອໄຟ ຄັ້ງນີ້ ແມ່ນໄດ້ປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ທຸກຊະນິດ ຄື: ນ້ໍາມັນແອັດຊັງພິເສດ ປັບຂຶ້ນ 850 ກີບ/ລິດ,
ນ້ໍາມັນແອັດຊັງທໍາມະດາ ປັບຂຶ້ນ 720 ກີບ/ລິດ, ນ້ໍາມັນກາຊວນ ປັບຂຶ້ນ 1.490 ກີບ/ລິດ.
ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ
ສະບັບເລກທີ 0233/ກຄພນ, ລົງວັນທີ 29 ມີນາ 2022 ຈົນກວ່າຈະມີການປ່ຽນແປງ.
– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ໍາຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
– ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0344/ອຄ, ລົງວັນທີ 29 ມີນາ 2022
ການປັບຂຶ້ນຄັ້ງນີ້ ນໍ້າມັນກາຊວນ ປັບຂຶ້ນຫລາຍກວ່າໝູ່ +1.490 ກີບ/ລິດ

ຂ່າວຮູບພາບລາວພັດທະນາ #ລາຄານໍ້າມັນ #ປັບຂຶ້ນຄັ້ງທີ8