ເດັກນ້ອຍ ຕິດໂອມິຄຣອນ BA.2 ສ່ຽງປ່ວຍໜັກ ແລະ ເສຍຊີວິດ ຫຼາຍກວ່າໂຄວິດສາຍພັນອື່ນ.

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ເດັກນ້ອຍ ຕິດໂອມິຄຣອນ BA.2 ສ່ຽງປ່ວຍໜັກ ແລະ ເສຍຊີວິດ ຫຼາຍກວ່າໂຄວິດສາຍພັນອື່ນ.
#COVID19 | ເວັບໄຊ isranews ລາຍງານໃຫ້ຮູ້ວ່າ: ເດັກນ້ອຍທີ່ຕິດ ໂຄວິດ-19 ໂອມິຄຣອນ BA.2 ມີອັດຕາການເສຍຊີວິດສູງກວ່າເດັກນ້ອຍທີ່ເປັນໄຂ້ຫວັດໃຫຍ່ເຖິງ 7 ເທົ່າ ແລະ ມີໂອກາດເສຍຊີວິດ ຈາກໂຄວິດ ໂອມິຄຣອນ BA.2 ຫຼາຍກວ່າຜູ້ປ່ວຍ ໂຣກພາຣາອິນຟລູເອນຊາ (Parainfluenza) ເຖິງ 6 ເທົ່າ.
ປັດຈຸບັນ ສະຖານະການແຜ່ລະບາດຂອງພະຍາດ ໂຄວິດ-19 ແກ່ຍາວມີເກືອບ 3 ປີແລ້ວ ໂດຍເຊື້ອໄວຣັສດັ່ງກ່າວໄດ້ມີການປັບໂຕກາຍພັນຫຼາຍຂຶ້ນ ໂດຍແຕ່ລະສາຍພັນກໍມີລັກສະນະເດັ່ນແຕກຕ່າາງກັນໄປ ໂດຍສະເພາະສາຍພັນ ໂອມິຄຣອນ ທີ່ກຳລັງລາບາດຢູ່ໃນປັດຈຸບັນນີ້ ກໍຍັງມີການແບ່ງຍ່ອຍສາຍພັນເປັນ BA.1 ແລະ BA.2 ທີ່ສາມາດຕິດຕໍ່ກັນງ່າຍ ເຮັດໃຫ້ຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນສູງ ລວມທັງປະເທດລາວນຳ.
ນອກຈາກນີ້, ຍັງພົບລາຍງານຜູ້ເສຍຊີວິດເປັນກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີ ເຊິ່ງເປັນກຸ່ມທີ່ບໍ່ໄດ້ຮັບການສັກວັກຊີນເພີ່ມຫຼາຍຂຶ້ນອີກດ້ວຍ.
ນັກວິໄຈເປີດເຜີຍວ່າ ອັດຕາການເສຍຊີວິດຂອງຜູ້ປ່ວຍ ໂອມິຄຣອນ BA.2 ຄິດເປັນ 0,35% ໃນຂະນະທີ່ໂຣກໄຂ້ຫວັດໃຫຍ່ຢູ່ທີ່ 0,05% ແລະ ໂຣກພາຣາອິນຟລູເອນຊາ 0,04%, ສ່ວນອັດຕາການປ່ວຍທີ່ຕ້ອງເຂົ້າຮັບການປິ່ນປົວໃນຫ້ອງໄອຊີຢູ່ສະລັບ ໂອມິຄຣອນ BA.2 ສູງກວ່າໂຄວິດສາຍພັນອື່ນໆເຖິງ 18 ເທົ່າ, ສູງກວ່າໄຂ້ຫວັດໃຫຍ່ເຖິງ 2 ເທົ່າ ແລະ ໃກ້ຄຽງກັນກັບ ໂຣກພາຣາອິນຟລູເອນຊາ.
ອ່ານເພີ່ມເຕີມໄດ້ທີ່: https://bit.ly/3qRiTIR