ອຸຕຸເຕືອນຝົນຕົກຫນັກຟ້າຮ້ອງ-ຟ້າເຫຼື້ອມໃນແຕ່ລະພາກ ໄລຍະ 28-31 ມີນານີ້

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ອຸຕຸເຕືອນຝົນຕົກຫນັກຟ້າຮ້ອງ-ຟ້າເຫຼື້ອມໃນແຕ່ລະພາກ ໄລຍະ 28-31 ມີນານີ້

ພະຍາກອນອາກາດອາທິດນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ -ຟ້າເຫຼື້ອມໃນໄລຍະວັນທີ 28 ຫາ 31 ມີນາ 2022.

ເນື່ອງຈາກມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະລົມຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ.
ຕົກໜັກ, ໝາກເຫັບຕົກ ພ້ອມເກີດມີລົມພາຍຸທ້ອງຖີ່ນ ແລະ ຟ້າຜ່າ ເປັນບາງໂອກາດແຂວງພາກເໜືອ ແລະ ພາກໃຕ້.
ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ.
ລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖີ່ນທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ,ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.


