ສັນຍານດີ! ອົງການພະລັງງານສາກົນເຫັນດີລະບາຍນ້ຳມັນເຊື້ອໄຟໃນຄັງສຳຮອງ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ສັນຍານດີ! ອົງການພະລັງງານສາກົນເຫັນດີລະບາຍນ້ຳມັນເຊື້ອໄຟໃນຄັງສຳຮອງ
ຂ່າວຈາກ CRI: ວັນທີ 1 ມີນາ 2022 ຜ່ານມາ, ສະພາບໍລິຫານງານຂອງອົງການພະລັງງານສາກົນໄດ້ອອກຖະແຫຼງການໂດຍລະບຸວ່າ:
31 ປະເທດສະມາຊິກຂອງຕົນໄດ້ເຫັນດີລະບາຍນ້ຳມັນເຊື້ອໄຟໃນຄັງສຳຮອງ 60.000.000 ບາເຣວຈາກຄັງສຳຮອງສຸກເສີນ, ເພື່ອສົ່ງສັນຍານໃຫ້ຕະຫຼາດນ້ຳມັນເຊື້ອໄຟທົ່ວໂລກຮູ້ວ່າ:
ຈະບໍ່ເກີດມີສະພາບການຂາດແຄນການສະໜອງນ້ຳມັນເຊື້ອໄຟຍ້ອນສະຖານະການຄວາມເຄັ່ງຕຶງລະຫວ່າງຣັດເຊຍ ແລະ ອູແກຣນ.
31 ປະເທດສະມາຊິກສະພາບໍລິຫານງານອົງການພະລັງງານສາກົນມີນ້ຳມັນເຊື້ອໄຟໃນຄັງສຳຮອງສຸກເສີນ 1.500.000.000 ບາເຣວ
ເທື່ອນີ້ສະພາບໍລິຫານງານໄດ້ປະກາດວ່າຈະລະບາຍນ້ຳມັນເຊື້ອໄຟ 60.000.000 ບາເຣວ ຊຶ່ງເທົ່າກັບ 4% ຂອງປະລິມານນ້ຳມັນໃນຄັງສຳຮອງ, ແຕ່ລະມື້ຈະລະບາຍອອກ 2.000.000 ບາເຣວ ແລະ ຈະລະບາຍອອກເປັນເວລາ 30 ວັນ.
ນັບວ່າເປັນສັນຍານອັນດີທີ່ຈະເຮັດໃຫ໊ລາຄານໍ້າມັນໃນຕະຫຼາດໂລກຫຼຸດລົງ ແລະ ລາຄານໍ້າມັນໃນປະເທດເຮົາກໍອາດຈະຫຼຸດລົງໄປນຳກໍເປັນໄດ້.