ຂ່າວທົວໄປ
ທະນາຄານກາງລັດເຊຍ ປັບຂຶ້ນອັດຕາດອກເບ້ຍສູງເຖິງ 9.50%

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ທະນາຄານກາງລັດເຊຍ ປັບຂຶ້ນອັດຕາດອກເບ້ຍສູງເຖິງ 9.50%
ຕາມຂ່າວຈາກ ມົດສະກູ, ທະນາຄານກາງລັດເຊຍ ປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ອີກ 1% ສູ່ລະດັບ 9.50% ໃນກອງປະຊຸມ ວັນທີ 11 ກຸມພານີ້ ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ເດືອນ ມີນາ ປີ 2017.
ນອກນີ້ ທະນາຄານກາງ ຍັງສົ່ງສັນຍານປັບຂຶ້ນອັດຕາດອກເບ້ຍຕໍ່ໄປ ເພື່ອສະກັດກັ້ນເງິນເຟີ້ທີ່ເພີ່ມຂຶ້ນລະດັບສູງສຸດ ໃນຮອບເກືອບ 6ປີ ໂດຍຢູ່ລະດັບ 8.1% ໃນເດືອນນີ້. ສູງກວ່າການຄາດຄະເນຂອງທະນາຄານກາງ ທີ່ລະບຸໄວ້ພຽງລະດັບ 4%.
ການປັບຂຶ້ນ ດອກເບ້ຍດັ່ງກ່າວສົ່ງຜົນໃຫ້ ສະກຸນເງິນຣູເບີລຂອງລັດເຊຍ ແຂງຄ່າຂຶ້ນຮອບໃໝ່ລະດັບ 74.92 ເມື່ອທຽບໃສ່ໂດລາສະຫະລັດ ໃກ້ລະດັບ 74.25 ເຊິ່ງເປັນລະດັບແຂງຄ່າທີ່ສຸດນັບຕັ້ງແຕ່ຕົ້ນເດືອນ ມັງກອນ ທີ່ຜ່ານມາ.
ຂໍ້ມູນ ຂປລ.