ຂ່າວທົວໄປ
ງານມະຫາກໍາບຸນຊ້າງໃນປີ 2022 ທີ່ເມືອງ ແລະ ແຂວງໄຊຍະບຸລີ ປະຈໍາປີ 2022 .

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ງານມະຫາກໍາບຸນຊ້າງໃນປີ 2022 ທີ່ເມືອງ ແລະ ແຂວງໄຊຍະບຸລີ ປະຈໍາປີ 2022 .
ຊຶ່ງເປັນຄັ້ງທີ 16, ຈະຈັດຂຶ້ນ ໃນວັນທີ 20 ກຸມພາ 2022 ທີ່ຈະມາເຖິງນີ້ ໂດຍຈັດພຽງວັນດຽວ ຍ້ອນການແຜ່ລະບາດຂອງພະຍາວໂຄວິດ-19.
ເພື່ອເປັນຮີດຄອງທີ່ເຄີຍປະຕິບັດມາເທົ່ານັ້ນ ໂດຍຈະຈໍາກັດ ຜູ້ເຂົ້າຮ່ວມພາຍໃນງານ ແລະ ປະຊາຊົນຈາກຕ່າງແຂວງ, ຈາກຕ່າງປະເທດ ອື່ນໆ ຈະບໍ່ໄດ້ຮັບການເຊີນເຂົ້າຮ່ວມ,
ນອກນັ້ນ ກໍ່ຈະບໍ່ມີ ງານຕະຫຼາດນັດ ແລະ ບໍ່ມີການຄົບງັນໃດໆ ເພື່ອເປັນການປອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ອຳນາດການປົກຄອງ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ: ສຳລັບກິດຈະກໍາບຸນຊ້າງທີ່ຈະຈັດໃນວັນທີ 20 ກຸມພາ 2022,
ຈະມີພິທີຕັກບາດເພື່ອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາຫານບຸບເຟໃຫ້ຊ້າງກິນເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອກາດໄດ້ມາພົບປະກັນ.

ຂໍ້ມູນ: ໜັງສືພິມວຽງຈັນທາມ, ຮູບ: YARK THAIY