ຂ່າວທົວໄປ
ລັດຖະບານໄທ ຊ່ວຍເຫຼືອ ອຸປະກອນການແພດ ໃຫ້ລາວ ມູນຄ່າ 2.68.000 ບາດ.

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ລັດຖະບານໄທ ຊ່ວຍເຫຼືອ ອຸປະກອນການແພດ ໃຫ້ລາວ ມູນຄ່າ 2.68.000 ບາດ.
👏 ເມື່ອວັນທີ 2 ກຸມພາ 2022 ລັດຖະບານ ແຫ່ງ ຣາຊະອານາຈັກໄທ
ໂດຍກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ
ໄດ້ສົ່ງມອບອຸປະກອນການແພດ ຈຳນວນ 12 ລາຍການ ລວມມູນຄ່າ 2,068,000 ບາດ (723,800,000 ກີບ) ໃຫ້ແກ່ໂຮງໝໍເດັກ ນະຄອນຫລວງວຽງຈັນ
ເພື່ອສະໝັບສະໜຸນ ສປປ ລາວ ໃນການເບິ່ງແຍງ ແລະ ຮັກສາຜູ້ຕິດເຊື້ອພະຍາດໂຄວິດ – 19 ໂດຍສະເພາະໃນກຸ່ມເດັກນ້ອຍ.
ໂດຍອຸປະກອນການແພດດັ່ງກ່າວເປັນອຸປະກອນສຳລັບໃຊ້ໃນຫ້ອງສຸກເສີນສຳລັບຜູ້ຕິດເຊື້ອພະຍາດໂຄວິດ – 19
ໂດຍມີຄະນະນຳຂອງໂຮງໝໍເດັກ ແລະ ຫົວໜ້າໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມໃນການຮັບມອບ
ທີ່ມາ : Royal Thai Embassy, Vientiane