ຂ່າວທົວໄປ
ເຈົ້າເມືອງນີວຢອກປະກາດແຈກຢາຕ້ານໂຄວິດ ສົ່ງຮອດບ້ານຫຼຸດຜ່ອນການເດີນທາງຂອງປະຊາຊົນ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ວັນທີ 31 ມັງກອນ 2022 ສຳນັກຂ່າວບູມເບິກລາຍງານວ່າ:ທ່ານເອລິກ ອາດຳ ເຈົ້າເມືອງໆນີວຢອກປະກາດແຈກຢາຕ້ານໂຄວິດສົ່ງຮອດບ້ານຟຣີ
ໃຫ້ກັບຜູ້ທີ່ມີຜົນກວດເປັນບວກ ຫຼື ຫຼຸດຜ່ອນຄວາມສ່ຽງສູງໃນການເດີນທາງຂອງປະຊາຊົນຈາກໂຄວິດ.
ຢາຕ້ານໂຄວິດທີ່ຈະນຳມາແຈກສາມາດຮັບປະທານໄດ້ໂດຍຮັບການອະນຸມັດຈາກສຳນັກງານຄະນະກຳມະການອາຫານ ແລະ ຢາຂອງສະຫະລັດໄດ້ແກ່ ແພກໂລວິດ ຈາກ ໄຟເຊີ ແລະ ໂມນູພິລາເວຍ ຈາກ ເມິກແອນໂຄ.
ທ່ານເອລິກ ອາດຳ ເຈົ້າເມືອງນີວຢອກ ກ່າວວ່າ: ການລະບາດຂອງໂອໄມຄຣອນຫຼຸດລົງຫຼາຍຫຼັງຈາກທີ່ເຮັດໃຫ້ນະຄອນນີວຢອກເປັນສູນກາງການລະບາດຂອງສະຫະລັດອີກຄັ້ງ
ໂດຍຂໍ້ມູນຜູ້ຕິດເຊື້ອເມື່ອ 28 ມື້ທີ່ຜ່ານມາແມ່ນຫຼຸດລົງເຫຼືອ 5000 ຄົນຈາກ 20,500 ຄົນຕໍ່ມື້ ສ່ວນການຮັກສາໃນໂຮງໝໍແມ່ນຈາກ 659 ຄົນເຫຼືອ 267 ຄົນຕໍ່ມື້.
ຈຶ່ງເຮັດໃຫ້ນີວຢອກເປັນໜຶ່ງໃນເມືອງທີ່ອັດຕາການຕິດເຊື້ອທີ່ໜ້ອຍທີ່ສຸດ.
ແຫຼ່ງຂ່າວ: Prachachat