ຢ່າລືມຮັກສາສຸຂະພາບເດີ້‼️ ອຸຕຸແຈ້ງ ສະພາບອາກາດອາທິດນີ້ຈະໜາວເຢັນລົງ 1-3 ອົງສາ ພ້ອມມີຝົນຕົກ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ຢ່າລືມຮັກສາສຸຂະພາບເດີ້‼️ ອຸຕຸແຈ້ງ ສະພາບອາກາດອາທິດນີ້ຈະໜາວເຢັນລົງ 1-3 ອົງສາ ພ້ອມມີຝົນຕົກ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 17 ຫາ 23 ມັງກອນ 2022 ວ່າ:
ໄລຍະວັນທີ 17 ຫາ 23 ມັງກອນນີ້ ມວນອາກາດເຢັນຈາກປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່,
ພ້ອມດຽວກັນລົມຕາເວັນອອກສ່ຽງເໜືອຈະພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ລົງ 1 ຫາ 3 ອົງສາ ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ໂດຍສະເພາະຢູ່ແຂວງພາກເໜືອ,
ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.
ພ້ອມມີຄຳເຕືອນແຈ້ງເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບ
ສະພາບການປ່ຽນແປງໄວຂອງອຸນຫະພູມ ອາກາດໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.