ທ່ານນາງອອງຊານຊູຈີ ຖືກຕັດສິນຕັດອິດສະລະພາບເປັນເວລາ 4 ປີ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ທ່ານນາງອອງຊານຊູຈີ ຖືກຕັດສິນຕັດອິດສະລະພາບເປັນເວລາ 4 ປີຂຶ້ນໄປຕອນເຊົ້າຂອງວັນທີ 10 ມັງກອນນີ້,
ສານມຽນມາໄດ້ເປີດສານອີກຄັ້ງໜຶ່ງເພື່ອຕັດສິນຄະດີທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາໃນ.
ຂໍ້ຫາລະເມີດກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຂາເຂົ້າຂາອອກ ໂດຍໄດ້ຕັດສິນວ່າ ຂໍ້ກ່າວຫາ ຂອງທ່ານມີຫຼັກຖານຢືນຢັນຢ່າງຄົບຖ້ວນ ຈິ່ງໄດ້ຕັດອິດສະລະພາບທ່ານເປັນເວລາຫຼາຍກວ່າ 4 ປີ.
ວັນທີ 6 ທັນວາປີ 2021 ທີ່ຜ່ານມາ, ທ່ານນາງອອງຊານຊູຈີ ແລະທ່ານວິນມິນ ອະດີດປະທານາທິບໍດີມຽນມາຕ່າງກໍ່ໄດ້ຖືກສານຕັດສິນຕັດອິດສະລະພາບພວກທ່ານ ເປັນເວລາ 4 ປີ ດ້ວຍຂໍ້ກ່າວຫາລະເມີດມາດຕາ 505 b.
ໃນກົດໝາຍອາຍາ ແລະກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດທຳມະຊາດ, ຕອນຄ່ຳມື້ດຽວກັນ, ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາໄດ້ປະກາດວ່າ ໄດ້ຫຼຸດເວລາຕັດອິດສະລະພາບໃຫ້ກັບສອງທ່ານ 2 ປີ ແລະຮຽກຮ້ອງໃຫ້ສອງທ່ານສືບຕໍ່ຕິດຄຸກແບບກັກບໍລິເວນຕໍ່ໄປ.
ນັບແຕ່ເດືອນກຸມພາປີ 2021 ເປັນຕົ້ນມາ, ທ່ານນາງອອງຊານຊູຈີ ຖືກກ່າວຫາ 10 ກວ່າຂໍ້,
ນອກຈາກຂໍ້ກ່າວຫາ 3 ຂໍ້ທີ່ໄດ້ຕັດສິນໄປແລ້ວນັ້ນ, ຍັງມີຂໍ້ກ່າວຫາຫຼາຍຂໍ້ພວມຢູ່ໃນໄລຍະພິຈາລະນາຂອງສານ.