ພະຍາກອນອາກາດ ປະຈຳວັນທີ 11 ມັງກອນ 2022

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ພະຍາກອນອາກາດ ປະຈຳວັນທີ 11 ມັງກອນ 2022
ມວນອາກາດເຢັນທີ່ປະເທດຈີນຈະມີກຳລັງແຮງເພີ້ມຂຶ້ນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ.
ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 1 ຫາ 2 ອົງສາຢູ່ໃນແຕ່ລະພາກ ແລະ ສະພາບອາກາດໂດຍທົ່ວໄປແມ່ນຍັງຈະສືບຕໍ່ເຢັນ ແລະ ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫຼາຍ ຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 11/01/2022 ຫາ ເວລາ 07 ໂມງ ຂອງວັນທີ 12/02/2022.
ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ) ອາກາດຈະໜາວເຢັນລົງຕື່ມອີກ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ອຸນຫະພູມໃນລະຫວ່າງ 08 – 25 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ (ພ້ອມມີບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ.
ອຸນຫະພູມໃນລະຫວ່າງ 08 – 31 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 18 - 30 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນ ຫາ ໜາວເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13 – 32 ອົງສາ.
ແຂວງໄຊສົມບູນ. ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 05 – 23 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 15 – 34 ອົງສາ.
ສຳລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 05 – 26 ອົງສາ.
