WHO ເຕືອນວ່າອາໄສແຕ່ວັກຊິນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດ ໂ ຄ ວິ ດ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ເອີຣົບ ພົບກໍລະນີຕິດເຊື້ອໂຄວິດ-19 ເພີ່ມໃໝ່ຕໍ່ອາທິດຈຳນວນຫຼາຍກວ່າທຸກອາທິດທີ່ຜ່ານມາ, WHO ເຕືອນວ່າອາໄສແຕ່ວັກຊິນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19.

ໄດ້
ຕາມຂ່າວ cri ລາຍງານໃນວັນທີ 12 ພະຈິກນີ້ ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກຫຼື WHO ໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ:
ນັບແຕ່ວັນທີ 1 ຫາວັນທີ 7 ພະຈິກນີ້, ເອີຣົບໄດ້ລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ເກືອບ 2 ລ້ານກໍລະນີ ເຊິ່ງເປັນອາທິດໜຶ່ງທີ່ເອີຣົບພົບກໍລະນີຕິດເຊື້ອເພີ່ມໃໝ່ຫຼາຍທີ່ສຸດພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.
ໃນມື້ດຽວກັນ, ທ່ານເຕໂດຼສ ອັດຮານົມ ເກເບຼເຢຊຸສ ຜູ້ອຳນວຍການໃຫຍ່ WHO ໄດ້ປະກອບຄວາມເຫັນກ່ຽວກັບສະພາບການຫຼ້າສຸດຂອງການແຜ່ລະບາດພະຍາດໂຄວິດ-19 ຢູ່ເອີຣົບ ໂດຍຊີ້ໃຫ້ເຫັນວ່າ:
ຢູ່ປະເທດເອີຣົບຕາເວັນຕົກຈຳນວນໜຶ່ງທີ່ມີອັດຕາສັກວັກຊີນໂຄວິດ-19 ສູງ ແລະ ນຳໜ້າໂລກກໍ່ໄດ້ປະສົບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ເຊິ່ງເປັນການເຕືອນໃຫ້ຄົນທັງຫຼາຍຮູ້ວ່າ, ພຽງແຕ່ອາໄສວັກຊີນເທົ່ານັ້ນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19.
ປະເທດຕ່າງໆຕ້ອງໃຊ້ມາດຕະການແບບສັງລວມ, ເພື່ອຊອກຫາຄວາມດຸນດ່ຽງກັນລະຫວ່າງການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກັບການຟື້ນຟູເສດຖະກິດສັງຄົມ.
ທ່ານ ເຕໂດຼສ ອັດຮານົມ ເກເບຼເຢຊຸສຍັງ ກ່າວວ່າ: ພວກເຮົາສືບຕໍ່ມີຂໍ້ສະເໜີໃຫ້ປະເທດຕ່າງໆດຳເນີນການກວດຫາເຊື້ອ ໃສ່ຜ້າປິດປາກແລະດັງ ຮັກສາຄວາມຫ່າງທາງສັງຄົມ ຫຼີກລ່ຽງການຊຸມນຸມກັນ ແລະໃຊ້ມາດຕະການອື່ນໆໂດຍອີງຕາມສະພາບຕົວຈິງຂອງປະເທດຕົນ, ປະເມີນສະພາບພະຍາດຂອງປະເທດຕົນເລື້ອຍໆ, ແລະປັບປຸງມາດຕະການໃຫ້ເໝາະສົມກັບສະພາບຕົວຈິງຢ່າງທັນການ.
___
ຂໍ້ມູນເພີ່ມຕື່ມ:
ເວັບໄຊທ: hukmiplan.com
ຂໍ້ຄວາມ: ຮັກມີແຜນ
ສາຍດ່ວນຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມ
ໂທ: 020 55 566 617
#Hukmiplan #ຮັກມີແຜນ #ຖາມເອື້ອຍ