ຂ່າວທົວໄປ
2021 ໄດ້ແກ້ໄຂ 8325 ຍຶດໄດ້ຢາເສບຕິດຫຼາຍກວ່າ 34 ໂຕນ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ການຮ່ວມກັນລາດຕະເວນເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງໃນປີ 2021 ໄດ້ແກ້ໄຂ 8325 ຍຶດໄດ້ຢາເສບຕິດຫຼາຍກວ່າ 34 ໂຕນ.
ປີ 2021, ກອງລາດຕະເວນເທິງນ້ຳຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນ ໄດ້ຮ່ວມກັບ ພາກສ່ວນປະຕິບັດກົດໝາຍຂອງລາວ ມຽນມາ ແລະ ໄທສືບຕໍ່ດຳເນີນການເຄື່ອນໄຫວຮ່ວມ,
ເພື່ອຕໍ່ຕ້ານອາຊະຍາກຳຂ້າມຊາດຕ່າງໆ, ເຊັ່ນ, ການຄ້າຂາຍຢາເສບຕິດ, ລັກຂ້າມຊາຍແດນ, ການຄ້າເຖື່ອນ, ການສໍ້ໂກງທາງໂທລະຄົມ, ການພະນັນທາງອິນເຕີເນັດ ແລະອື່ນໆ,ການຮ່ວມກັນລາດຕະເວນເພື່ອປະຕິບັດກົດໝາຍໄດ້ມີກຳລັງນາບຂູ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ແຕ່ຕົ້ນປີ 2021 ເປັນຕົ້ນມາ, ພາກສ່ວນປະຕິບັດກົດໝາຍຂອງຈີນ ລາວ ມຽນມາ ແລະ ໄທໄດ້ແກ້ໄຂຄະດີຊະນິດຕ່າງໆລວມທັງໝົດ 8325ຄະດີ, ຈັບໄດ້ຜູ້ຕ້ອງຫາ 8043 ຄົນ, ຍຶດໄດ້ຢາເສບຕິດຊະນິດຕ່າງໆ 34,43 ໂຕນ, ແລະປືນ 11 ກະປອກ.