ສານປະຊາຊົນສູງສຸດໄດ້ຮັບ ເຄື່ອງຊ່ວຍເຫຼືອ ມູນຄ່າທັງໝົດ 198.140.000 ກີບ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ສານປະຊາຊົນສູງສຸດໄດ້ຮັບ ເຄື່ອງຊ່ວຍເຫຼືອ ມູນຄ່າທັງໝົດ 198.140.000 ກີບ.

ສານປະຊາຊົນສູງສຸດ (ສປສສ) ໄດ້ຮັບການຊ່ວຍເຫຼືອເປັນປະເພດເຄື່ອງເລັກໂຕຣນິກ ຈາກສະຖານທູດ ອາເມຣິກາ ປະຈຳ ສປປ ລາວ ໃນວັນທີ 13 ທັນວາ ນີ້ ທີ່ ສປສສ, ໃຫ້ກຽດກ່າວມອບໂດຍທ່ານ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ໃຫ້ກຽດກ່າວຮັບ ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູງກາງພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານສອງຝ່າຍເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ເປັນປະເພດເຄື່ອງເອເລັກໂຕຣນິກ ລວມມູນຄ່າທັງໝົດ 198.140.000 ກີບ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງສານປະຊາຊົນສູງສຸດ.
ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຕາງໜ້າໃຫ້ພະນັກງານທົ່ວ ສປສສ ສະແດງຄວາມຂອບໃຈເປັນຢ່າງສູງ ໄປຍັງ ລັດຖະບານ ແລະ ປະຊາຊົນ ອາເມຣິກາ ໂດຍຜ່ານ ສະຖານທູດ ອາເມຣິກາ ປະຈຳ ສປປ ລາວ ແລະ ເຄື່ອງຈຳນວນດັ່ງກ່າວ ຈະນຳໃຊ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແລະ ຈະຊ່ວຍເຮັດໃຫ້ ສປສສ ສາມາດປະຕິບັດ ກອງປະຊຸມທາງໄກຕ່າງໆສະດວກ ແລະ ມີປະສິດທິພາບສູງ.
ໃນໄລຍະທີ່ພະຍາດໂຄວິດ-19 ພວມແຜ່ລະບາດຂະຫຍາຍເປັນວົງກວ້າງຢູ່ໃນຊຸມຊົນ ໃນປັດຈຸບັນ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາເມືອງໃນຫຼາຍແຂວງທົ່ວປະເທດ ແລະ ອວຍພອນໃຫ້ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ- ອາເມຣີກາ ນັບມື້ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ອານຸພົນ)