ເຊັກເລີຍ! ປີ 2022 ໃຜຖືກປີຊົງແດ່? ຈະຊົງໜັກ ຫຼື ຊົງເບົາ ຕຽມແກ້ຊົງດ່ວນ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ປິຊົງ 2022 ຫຼື ປີຂານ ຖືເປັນຄວາມເຊື່ອທາງໂຫລາສາດຂອງຈີນ ມີຄວາມໝາຍດັ່ງນີ້: ຄຳວ່າ “ຊົງ” ໃນພາສາຈີນນັ້ນໝາຍເຖິງ “ການປະທະ”. ສະນັ້ນ ຄຳວ່າ “ປີຊົງ” ໝາຍເຖິງປີທີ່ອາດມີການປະທະເກີດຂຶ້ນ. ຄວາມເຊື່ອເລື່ອງປີຊົງນີ້ ກ່ຽວຂ້ອງກັບ “ອົງເທບໄທ້ສ່ວຍ” ຫຼື ທີ່ຮູ້ຈັກກັນດີໃນນາມ “ເທບພະເຈົ້າຜູ້ຄຸ້ມຄອງດວງຊະຕາ” ເປັນເທບທີ່ຊົງອິດທິລິດ ແລະ ຍັງມີອິດທິພົນຕໍ່ການດຳເນີນຊີວິດຂອງຄົນໃນແຕ່ລະປີອີກດ້ວຍ.

ປີຊົງໃນປີ 2022 ມີປີຫຍັງແດ່ ແລະ ວິທີແກ້ປີຊົງ 2022 ຄວນເຮັດແນວໃດ ເຮົາມາເບິ່ງລາຍລະອຽດດັ່ງນີ້:

– ປີຊົງ (100%) ໄດ້ແກ່ ປີວອກ (ລີງ) ຫຼື ຄົນທີ່ເກີດກົງກັບປີ 1932, 1944, 1956, 1968, 1980, 1992, 2004, 2016

– ປີຊົງຮ່ວມ ໄດ້ແກ່ ປີຂານ (ເສືອ), ກຸນ (ໝູ), ມະເສັງ (ງູນ້ອຍ) ຫຼື ຄົນທີ່ເກີດປີ 1923, 1926, 1929, 1935, 1938, 1941, 1947, 1950, 1953, 1959, 1962, 1965, 1971, 1974, 1977, 1983, 1986, 1989, 1995, 1998, 2001, 2007, 2010, 2013, 2019