ຢ່າລືມເຮັດຮ່າງກາຍໃຫ້ອົບອຸ່ນ ເນື່ອງຈາກອາກາດໜາວເຢັນ ຫາ ໜາວເຢັນຫຼາຍ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ຢ່າລືມເຮັດຮ່າງກາຍໃຫ້ອົບອຸ່ນ ເນື່ອງຈາກອາກາດໜາວເຢັນ ຫາ ໜາວເຢັນຫຼາຍ
ພະຍາກອນອາກາດ ປະຈຳວັນທີ 04 ທັນວາ 2021
ມວນອາກາດໜາວເຢັນ ຍັງປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແລະ ອາກາດຍັງຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 04/12/2021 ຫາ ເວລາ 07 ໂມງ ຂອງວັນທີ 05/12/2021
ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫຼາຍ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 04 - 18 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫຼາຍ, ພ້ອມມີໝອກໜາປົກຫຸ້ມຢູ່ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07 – 26 ອົງສາ.
ນະຄອນຫຼວງວຽງຈັນ ອາກາດໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 15 – 27 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12 – 27 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນຫຼາຍ, ພ້ອມມີໝອກໜາປົກຫຸ້ມຢູ່ໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 05 – 20 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14 – 30 ອົງສາ.
ສໍາລັບເຂດພູພຽງບໍລະເວນ: : ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນ
ລະຫວ່າງ 09 – 22 ອົງສາ.