ຢາຕ້ານໂ ຄ ວິ ດແບບກິນ 2 ຊະນິດ ເຊິ່ງພັດທະນາໂດຍ ສປ ຈີນ ເລີ່ມເຂົ້າສູ່ການທົດລອງທາງເຄຼນິກກັບມະນຸດ ຫຼັງຜົນການທົດລອງກັບສັດໄດ້ຜົນທີ່ໜ້າພໍໃຈ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ຢາຕ້ານໂຄວິດ-19 ແບບກິນ 2 ຊະນິດ ເຊິ່ງພັດທະນາໂດຍ ສປ ຈີນ ເລີ່ມເຂົ້າສູ່ການທົດລອງທາງເຄຼນິກກັບມະນຸດ ຫຼັງຜົນການທົດລອງກັບສັດໄດ້ຜົນທີ່ໜ້າພໍໃຈ
ອີງຕາມຂ່າວສານຊິນຮວາ ຂອງ ສປ ຈີນ ລາຍງານໃນວັນທີ 24 ພະຈິກນີ້ ວ່າ:
ຢາຕ້ານໄວຣັດເພື່ອຮັກສາໂຣກພະຍາດໂຄວິດ-19 ຂອງຈີນ ຈຳນວນ 2 ຊະນິດ ເຊິ່ງພັດທະນາໂດຍສະຖາບັນ Materia Medica ຊຽງໄຮ້ (Shanghai Institute of Materia Medica) ຂຶ້ນກັບສະຖາບັນວິທະຍາສາດຈີນ (CAS) ໄດ້ເລີ່ມເຂົ້າສູ່ການທົດລອງໃນມະນຸດແລ້ວ.
ສະຖາບັນ Materia Medica ຊຽງໄຮ້ ເປີດເຜີຍວ່າ: ຢາຊະນິດທໍາອິດ ໃຊ້ຊື່ລະຫັດ ‘VV116’ ເປັນຢານິວຄລີໂອໄຊຕ້ານໂຄວິດ-19 ແບບກິນ ເຊິ່ງມີຜົນຮັບເປັນທີ່ໜ້າພໍໃຈໃນການທົດລອງກັບສັດ ແລະ ສະແດງລິດຢັບຢັ້ງອັນມີໄນຍະສຳຄັນຕໍ່ເຊື້ອໄວຣັດສາຍພັນດັ່ງເດີມ ແລະ ຊະນິດກາຍພັນເຊັ່ນ: ສາຍພັນເດວຕ້າ ລະຫວ່າງການທົດສອບໃນຫ້ອງທົດລອງ ແລະ ຢາ VV116 ໄດ້ຮັບການອະນຸມັດສໍາລັບການທົດລອງທາງເຄຼນິກໃນປະເທດອຸສເບກິສຖານ (Uzbekistan) ເປັນບ່ອນທຳອິດ.
Shenjingshan ນັກວິໄຈປະຈຳສະຖາບັນ ກ່າວວ່າ: ການທົດລອງຢາໃນເບື້ອງຕົ້ນກັບມະນຸດກຳລັງດຳເນີນຢູ່ ສປ ຈີນ ເຊັ່ນກັນ.
ສ່ວນຢາອີກຕົວ 1 ໃຊ້ຊື່ລະຫັດວ່າ FB2001 ເປັນສານປະກອບໃໝ່ທີ່ອອກແບບ ແລະ ສັງເຄາະໂດຍອີງຈາກເອນໄຊຊະນິດໂປຣຕີເອັສຂອງເຊື້ອໄວຣັດໂຄວິດ-19 ເຊິ່ງເປັນເອນໄຊຫຼັກທີ່ມີບົດບາດສຳຄັນໃນຂະບວນການເພີ່ມຈຳນວນເຊື້ອໄວຣັດ.
Liu Hong, ຫົວໜ້າຄະນະວິໄຈ ເປີດເຜີຍວ່າ: ການວິໄຈກ່ອນການສຶກສາທາງເຄຼນິກເຫັນວ່າ ສານປະກອບດັ່ງກ່າວມີລິດຢັບຢັ້ງເຊື້ອໄວຣັດ ລະຫວ່າງຂັ້ນຕອນເພາະລ້ຽງເຊວ. ຄະນະນັກວິໄຈ ໄດ້ດໍາເນີນການທົດລອງໄລຍະ 1 ໃນສະຫະລັດອາເມລິກາ ໃນເດືອນມີນາຜ່ານມາ, ຫຼັງຈາກຜົນການວິໄຈ ກ່ອນການສຶກສາທາງເຄຼນິກ ໄດ້ຮັບການເຜີຍແຜ່ໃນວາລະສານວິທະຍາສາດ (Science) ໃນເດືອນມິຖຸນາ 2020.
ທັງນີ້, FB2001 ເປັນຜົນງານການພັດທະນາຮ່ວມຂອງສະຖາບັນ Materia Medica ຊຽງໄຮ້, ມະຫາວິທະຍາໄລຊຽງໄຮ້ເທດ ແລະ ສະຖາບັນໄວຣັດວິທະຍາອູ່ຫັ່ນ ຂຶ້ນກັບສະຖາບັນວິທະຍາສາດຈີນ