6 ບໍລິສັດລົດ ແຖວໜ້າຂອງໂລກ ຕົກລົງຢຸດຜະລິດລົດນຳໃຊ້ນ້ຳມັນ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ເພາະວ່າ 6 ບໍລິສັດລົດ ແຖວໜ້າຂອງໂລກ ຕົກລົງຢຸດຜະລິດລົດນຳໃຊ້ນ້ຳມັນພາຍໃນປີ 2040
ຊ່ຽວຊານຂອງ ສະຫະລັດອາເມລີກາ ເວົ້າວ່າ ອີກ 20 ປີຕໍ່ໜ້ານີ້ ລາຄານ້ຳມັນເຊື້ອໄຟຈະຫຼຸດລົງຮອດຂັ້ນຕໍ່າສຸດໆ, ຈະມີແຕ່ຜູ້ນຳໃຊ້ນ້ຳມັນເຊື້ອໄຟ 15-20% ເທົ່ານັ້ນ ຖ້າທຽບໃສ່ປັດຈຸບັນ.
ບໍລິສັດ ຜະລິດລົດແຖວໜ້າຂອງໂລກ ລວມມີ ບໍລິສັດ Volvo , Ford Motor , GM, MercedesBenz, ບໍລິສັດ BYD ຂອງຈີນ ແລະ ບໍລິສັດ Jaguar Land Rover ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັນ ເພື່ອຢຸດ ການຜະລິດລົດທີ່ໃຊ້ນ້ຳມັນ ພາຍໃນປີ 2040 ເປັນສ່ວນໜຶ່ງ ໃນຄວາມພະຍາຍາມຫລຸດຜ່ອນ ການປ່ອຍອາຍພິດກາກບອນ ໃນຊັ້ນບັນຍາກາດໂລກ ຫລັງຈາກຂໍ້ມູນຈາກ ອົງການ ພະລັງງານສາກົນ (IEA) ລະບຸ ໃນວັນທີ 10 ພະຈິກ 2021 ວ່າ:

ລົດບັນທຸກ, ລົດໂດຍສານ ທົ່ວໄປ,ເຮືອ ແລະ ເຮືອບິນ ມີອັດຕາສ່ວນການປ່ອຍອາຍພິດ ກາກບອນ ປະມານ 1 ໃນ 4 ແລະ ປະລິມານ ອາຍພິດກາກບອນ ສ່ວນໃຫຍ່ມາຈາກລົດທີ່ແລ່ນຢູ່ເທິງ ຖະໜົນ.
ຂະນະທີ່ Volvo ໄດ້ໃຫ້ຄຳໝັ້ນ ສັນຍາວ່າ ຈະຜະລິດລົດ ຂັບເຄື່ອນ ດ້ວຍໄຟຟ້າ ຢ່າງເຕັມຮູບແບບພາຍໃນປີ 2030.
