ພິທີມອບ-ຮັບວັກຊິີນຈໍານວນ 523.200 ໂດສ

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ສຳນັກຂ່າວປະຊາຊົນ ລາຍງານວ່າ: ພິທີມອບ-ຮັບວັກຊິນ ຕ້ານພະຍາດໂຄວິດ-19 ແອັສຕຼາເຊເນກາ ອັອກຟອດ (Astra Zeneca/Oxford) ຈໍານວນ 523.200 ໂດສ ຜ່ານ COVAX Facility ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ.
2 ພະຈິກ 2021 ທີ່ສະໜາມບິນວັດໄຕສາກົນ ໂດຍການກ່າວມອບຂອງ ທ່ານ ນາງ ເພຍ ເຣເບໂຣ ບຣິໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19; ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ; ມີຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປ ລາວ ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາເຂົ້າຮ່ວມ.
ວັກຊິນ ທີ່ມອບ-ຮັບ ໃນຄັ້ງນີ້ ຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ແລະ ອົງການອະນາໄມໂລກ, ໂດຍມີ ອົງການອຸຍນີເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ວັກຊິນປ້ອງກັນພະຍາດໂຄວິດ-19 ຊຸດໃໝ່ນີ້ ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການສັກວັກຊິນໃຫ້ໄດ້ 50% ຂອງປະຊາກອນທັງໝົດໃນປີ 2021.
ວັກຊິນດັ່ງກ່າວຈະຖືກນໍາໃຊ້ກັບກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊິນຄົບເຂັມເທື່ອ. ກຸ່ມບຸລິມະສິດສຳລັບການສັກຢາກັນພະຍາດໂຄວິດ-19 ແມ່ນປະກອບມີ ພະນັກງານສາທາລະນະສຸກແຖວໜ້າ, ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ ແລະ ບຸກຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ, ອີງຕາມທີ່ລະບຸໄວ້ໃນແຜນປະຕິບັດການສັກວັກຊິນກັນພະຍາດໂຄວິດ-19 ແຫ່ງຊາດ. “ນີ້ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນໃນຄວາມພະຍາຍາມ ທີ່ຈະຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.
ວັກຊິນຊະນິດນີ້ ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບໃນການປ້ອງກັນຈາກອາການຮ້າຍແຮງ ແລະ ການເສຍຊີວິດ, ລວມທັງຕ້ານກັບສາຍພັນ delta.”
ວັກຊິນແອັສຕຼາເຊເນກາ ອັອກຟອດ ທີ່ຈັດສົ່ງມາຊຸດນີ້ແມ່ນຜະລິດຢູ່ທີ່ ສ.ເກົາຫຼີ ໂດຍ ບໍລິສັດ ວິທະຍາສາດຊີວະພາບ SK ຈໍາກັດ (SK Bio) ແມ່ນໄດ້ຮັບອະນຸຍາດໃຫ້ນໍາໃຊ້ໃນພາວະສຸກເສີນ ໂດຍ ອົງການອະນາໄມໂລກ ແລະ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ. ຂ່າວ-ພາບ: ຍຸພິນທອງ.
