ເຮັດໃຫ້ຂະແໜງບໍລິການທີ່ພັກ ແລະ ຮ້ານອາຫານ ຫຼຸດລົງ -28,6%

Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ພິດຂອງໂຄວິດ-19 ເຮັດໃຫ້ຂະແໜງບໍລິການທີ່ພັກ ແລະ ຮ້ານອາຫານ ຫຼຸດລົງ -28,6%
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ພະຈິກ 2021
ກ່ຽວກັບການສະຫຼຸບຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 9 ເດືອນ, ວຽກງານຈຸດສຸມ 3 ເດືອນທ້າຍປີ 2021 ໂດຍທ່ານກ່າວໃນບາງຕອນວ່າ:
ຂະແໜງການທີ່ກະທົບໃຫ້ການຂະຫຍາຍຕົວເສດຖະກິດບໍ່ບັນລຸຕາມແຜນ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແມ່ນຂະແໜງບໍລິການທີ່ພັກ ແລະ ຮ້ານອາຫານຫຼຸດລົງ -28,6%
ເຊິ່ງເປັນຂະແໜງທີ່ໄດ້ຮັບຜົນກະທົບໂດຍກົງເຮັດໃຫ້ຮ້ານອາຫານ, ໂຮງແຮມຫຼາຍແຫ່ງໄດ້ຢຸດເຊົາການໃຫ້ບໍລິການຫຼາຍແຫ່ງ, ຂະແໜງການຂົນສົ່ງ ແລະ ສາງ ຫຼຸດລົງ -0,7%
ສາເຫດຕົ້ນຕໍເນື່ອງຈາກມີການຢຸດໂຈະການຂົນສົ່ງໂດຍສານລະຫວ່າງແຂວງຕໍ່ແຂວງໃນໄຕມາດ 2 ແລະ ຍັງບໍ່ສາມາດກັບມາດຳເນີນການໄດ້ເປັນປົກກະຕິໃນໄຕມາດ 3 ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຂະແໜງຂົນສົ່ງ ໂດຍສະເພາະທາງບົກ ແລະ ທາງອາກາດ,
ເຖິງຢ່າງໃດກໍ່ຕາມການຂົນສົ່ງສິນຄ້າຍັງມີການດຳເນີນເຖິງວ່າບໍ່ຄ່ອງຕົວ ແລະ ການຂົນສົ່ງໂດນສານຄາດວ່າຈະດີຂຶ້ນໃນໄຕມາດ 4 ຍ້ອນມີການເປີດທາງລົດໄຟ ລາວ-ຈີນ, ຂະແໜງອຸດສະຫະກໍາປຸງແຕ່ງຜະລິດແຜ່ນແພ ແລະ ເຄື່ອງນຸ່ງຮົ່ມ ຄາດວ່າຂະຫຍາຍຕົວ 0,2% ເຊິ່ງໄຕມາດ 2 ແລະ 3 ມີຫຼາຍໂຮງງານປິດຊົ່ວຄາວໃນໄລຍະມີການລະບາດຂອງພະຍາດ.